ຍ່າງຢູ່ເທິງເຂົາເຫັນສີຂາວສ່ອງຈາງຈາງ
ລຽວໄປທາງຫລັງ ບໍ່ມີໃຜ
ໂດດດ່ຽວຢູ່ທີ່ອານາຈັກນີ້ ຄືສິແມ່ນເຮົາທີ່ເປັນໃຫຢ່
ກະປານວ່າລົມມັນເຝົ້າແຕ່ໝຸນໃນໃຈບໍ່ເຊົາ
ຕ້ານທານໄວ້ປານໃດ ອົດບໍ່ໄດ້ແຫ່ງເສົ້າ
ຫ້າມໃຈຊາກ່ອນ ໃຫ້ຊ່ອນໄວ້ຊາ
ເຮັດໂຕດີດີ ດັ່ງທີ່ຄືຄໍາເພິ່ນວ່າ
ໂຕຕ້ອງເກັບກົດ ແລະກໍ່ປົກປິດ ພັດປິດບໍ່ຢູ່
ສິບໍ່ເຊື່ອງ ອີກແລ້ວໜາ
ຮອດຊິບາດເປີດໂຕຕົນໃໝ່
ສິບໍ່ເຊື່ອງ ອີກແລ້ວໜາ
ຖິ້ມຄວາມຫລັງບໍ່ເກັບມັນໄວ້
ບໍ່ຫົວຊາເວົ້າໂລດຫວາວ່າຂ້ອຍ
ປ່ອຍພາຍຸພັດໂຫມ
ສິເຢັນປານໃດບໍ່ໄດ້ຢ້ານເລີຍຈັກນ້ອຍ
ບາດຍາມເຮົາແນມມາແຕ່ໄກ
ສິເຫັນຂອງໃຫຢ່ນ້ອຍລົງ
ອຸປະສັກຄັນສິພັດມາໃສ່
ຂ້ອຍເຫັນມັນຊ້ຳຝຸ່ນຜົງ
ບັດນີ້ເຖິງຍາມຂ້າມເສັ້ນເບິ່ງດຸ
ເປັນທາງເສັ້ນໃຫມ່ ໃຈເຮົາຮຶດສູ້
ສິຖືກຫຼືຜິດກະຊ່າງດອກຫວາ ບໍ່ຊາ
ສິບໍ່ເຊື່ອງ ອີກແລ້ວໜາ
ຟ້າກັນຂ້ອຍລອຍລົມປະສານ
ສິບໍ່ເຊື່ອງ ອີກແລ້ວໜາ
ຖິ້ມໄປໃຫ້ຫມົດຄວາມຢ້ານ
ຢືນຢູ່ນີ້ ສິຢູ່ບ່ອນນີ້
ປ່ອຍພາຍຸພັດໂຫມ
ປ່ອຍອອກຈາກຟ້າສົ່ງເປັນພະລັງລົງດິນພູ່ນໜາ
ຫົວໃຈເກີດໃຫມ່ກາຍເປັນນ້ຳແຂງແກ້ວຕໍ່ເປັນແນວລົງມາ
ກໍ່ເປັນຜະລຶກອັນໃຫຢ່ແຈ່ມໃສຢູ່ໃນສະຫມອງ
ສິບໍ່ກັບຄືນໄປອີກ ສິເປັນໂຕຂອງເຈົ້າຂອງ
ບໍ່ເຊື່ອງໄວ້ ອີກແລ້ວໜາ
ແສງຕອນຢືນສິສະຫວ່າງແຈ໋ວ
ສິບໍ່ເຊື່ອງ ອີກແລ້ວໜາ
ຂ້ອຍບໍ່ແມ່ນຄົນນັ້ນແລ້ວ
ຂໍຍັດຍືນປານຕາເວັນຂຶ້ນຟ້າ
ປ່ອຍພາຍຸພັດໂຫມ
ຄວາມໜາວເຮັດຫຍັງເຮົາບໍ່ໄດ້ເລີຍເດລະ