ຂ້ອຍເຄີຍຮູ້ສຶກເສົ້າ
ແຕ່ບໍ່ເທົ່ານີ້
ເຢັນແທ້ໜໍ ເປັນບໍ່ຄ່ອຍຊ່ວງ ເປັນຕາຫນ່າຍ
ຊີວິດສຸດສິ້ນໃຈສະຫລາຍ
ແສງໄຟບໍ່ເຫັນ
ມືດດໍາຄັກແນ່
ໄດ້ແຕ່ນັ່ງຮ້ອງນັ່ງໄຫ້
ຂ້ອຍຕາມເອື້ອຍໄປທຸກທີ່
ບໍ່ເຄີຍໜີຈາກ
ເຈົ້າແລ່ນໜີຈາກໄປແລ້ວ ນ້ອງຕາມບໍ່ທັນ
ທຸກຫຼາຍ ດຶງໃຈໃຫ້ຂ້ອຍເຈັບ ບໍ່ເຊົາຈັກເທື່ອ
ສຽງກະຊິບລ່ອງລອຍ
ພັດດັງຄ່ອຍຄ່ອຍຜ່ານ
ຖ້າແມ່ນຫວັງຢູ່ຕັ້ງໄກ
ຕ້ອງກ້າວຍ່າງຕໍ່ໄປ
ແລະເຮັດໃຫ້ຖືກທຸກຢ່າງ
ມື້ອື່ນສິມີອີກ ຄືເກົ່າຢູ່ບໍ່
ແທ້ບໍ່ໜໍ ຖືກຢູ່ບໍ່ ຂ້ອຍບໍ່ຮູ້
ໃຫ້ເລືອກທາງເດີນທີ່ບໍ່ເຫັນ ເຮັດບໍ່ໄດ້ດອກ
ດາວທີ່ຈະສ່ອງຈະເສັ້ນທາງໄປຕໍ່ບໍ່ຢູ່
ເຮັດແນວໃດ ໃຫ້ຢັດຢືນ
ບໍ່ມີເຈົ້າຢູ່ ມັນລຸກບໍ່ຂື້ນ
ແຄ່ເຮັດໃຫ້ຖືກທຸກຢ່າງ
ຍ່າງຕໍ່ໄປ ໄປຈົນສຸດ
ມຸ່ງໜ້າຕໍ່ບໍ່ຕ້ອງຢຸດພັກຢູ່
ໄປຕາມເສັ້ນທາງ
ທາງໄກຂ້ອຍຈະບໍ່ແນມເບິ່ງ
ຍ້ອນວ່າອາດຈະໄປເຖິງຍາກ
ແຕ່ທາງສັ້ນສັ້ນກໍຍ່າງຫນ້ອຍຫນ້ອຍ
ໄປຄ່ອຍຄ່ອຍ
ແລ້ວກໍປ່ອຍຄວາມທຸກທີ່ຖ່ວງທີ່ໜັກ
ຂ້າມເສັ້ນທາງ ຕ້ອງຍ່າງໄປ
ບໍ່ວ່າຈະເຈັບ ຕ້ອງຜ່ານມັນໄດ້
ແລະເຮັດໃຫ້ຖືກທຸກຢ່າງ
ຍາມຕາເວັນຂຶ້ນ ມື້ອື່ນມາ
ກໍຈະປ່ຽນໄປຫມົດທຸກຢ່າງ ແລະເຫັນທຸກສິ່ງຢູ່ທາງໜ້າ
ແລ້ວຈະຕາມຫົວໃຈ
ເລືອກເສັ້ນທາງໄປ
ເບິ່ງດູ ຂ້ອຍເດີນຕາມທາງ