ດັງແຕ່ສຽງເພິ່ນ
ເອີ້ນໃສ່ຢູ່
ສຽງຮ້ອງຈະພາໄປ
ມ່ອງໃດບໍ່ຮູ້
ຂ້ອຍກໍ່ຂໍໃຊ້ຊີວິດ
ສຽງເຈົ້າໄປຄິດຫົວຊາ
ຖ້າຈະຮ້ອງກໍ່ຮ້ອງໄປ
ດັງປານໃດກໍ່ຊ່າງລະຫວາ
ບໍ່ແມ່ນແທ້ແທ້
ທີ່ດັງກໍ່ແຄ່ຂ້ອຍຫູຝາດເນາະ
ຂໍຮ້ອງໃຫ້ເຊົາແນ່ ຢຸດຖະແມະ
ສິໜີກໍ່ໜີແນ່ເຖາະ
ຫມູ່ຄົນທີ່ຂ້ອຍຮັກຫມົດໃຈກໍ່ຍັງອາໄສຢູ່ນີ້
ໜວກຫູສຽງເຈົ້າເອົາແຕ່ຮ້ອງໃສ່
ບອກໄວ້ໃຫ້ເຈົ້າຟ້າວໜີ
ເມື່ອຍຫຼາຍແລ່ນໄປບໍ່ຄັກ
ຂ້ອຍບໍ່ຢາກສິໄປໃສ
ຂ້ອຍກົວຂ້ອຍຢ້ານ ອາດສິຕ້ອງສ່ຽງ
ຖ້າຫາກຕາມສຽງເຈົ້າໄປ
ຖິ່ນທີ່ບໍ່ຮູ້ຈັກ
ຖິ່ນທີ່ບໍ່ຮູ້ຈັກ
ຖິ່ນທີ່ບໍ່ຮູ້ຈັກ
ເອີ້ນຫຍັງຄັກແນ່
ກວນໃຈກັນແທ້ຢາກໄຫ້ຢາກຮ້ອງ
ທີ່ເຈົ້າມາແມ່ນສິມາກວນ
ໃຫ້ຂ້ອຍປ່ວນຈົນເຮັດຂັດຂ້ອງ
ຫຼືວ່າເຈົ້າເປັນຄົນຄືຂ້ອຍ
ທີ່ຈະຊ່ວຍເຕືອນແລະຮ້ອງເອົາ
ແລະຍັງຮູ້ໃຈ
ວ່າມ່ອງໃດທີ່ແມ່ນທີ່ເຮົາ
ດົນໄປເຕັກຫຼາຍຂຶ້ນກວ່າເກົ່າ
ອຳນາດເຮົາເອົາແຕ່ເຕີບໃຫຍ່
ຫົວໃຈຢາກອອກນອກເສັ້ນຂອບທີ່ຂຽນວາດໄວ້
ຖິ່ນທີ່ບໍ່ຮູ້ຈັກ
ຖິ່ນທີ່ບໍ່ຮູ້ຈັກ
ຖິ່ນທີ່ບໍ່ຮູ້ຈັກ
ຂໍໄດ້ເບິ່ງຫນ້າ
ມາມາພາໄປ
ເຫັນບໍ່ຫົວໃຈ
ບອກຂ້ອຍໄປແນ່
ເຈົ້າຈະໄປໃສກໍ ຖ້າແນ່ເຖາະກັບມາ
ບອກຂ້ອຍແນ່ ຢາກຕາມຫາ
ຖິ່ນທີ່ບໍ່ຮູ້ຈັກ