ເບິ່ງຕາແນມຂອບຟ້າຈາກຝັ່ງຈັ່ງແມ່ນເຫຼືອໃຈ
ຢູ່ນີ້ ບໍ່ຍາກສິໄປໄສ
ເພາະວ່າຫຍັງຍັງບໍ່ຮູ້ນໍາ
ຂອໃຫ້
ໂຕເຈົ້າຂອງເປັນລູກທີ່ເວົ້າງ່າຍ
ແຕ່ກະມາຫານ້ໍາບໍ່ສົນໃຜ
ສິຝືນຊ່ຳໃດຫລາຢກໍ່ຕາມ
ແຕ່ລະທີ່ລະທາງ ຢູ່ນີ້ເຮົາໄປມາ
ແຕ່ລະມ່ອງເຮົາຍ່າງ ມັນກະຍັງນໍາພາ
ມາມ່ອງທີ່ຮູ້ຈັກ ແລະອຍາກໄປຄັກຄັກ
ຜັດບໍ່ເຄີຍໄດ້ໄປ
ເສັ້ນທີ່ຕິດນ້ໍານັ້ນບໍ່ເອີ້ນຊື່ເຮົາ?
ຂ້ອຍວ່າແມ່ນ
ໄກຊ່ຳໃດນໍ່ ສິຮູ້ຈັກບໍ່
ຄັ່ນວ່າລົມດັນໃບເຮືອຂ້າງທະເລຮັ່ນໃຫ້ມັນແລ່ນ
ກະຢ່າສົນຖໍ່
ຄັ່ນສິໄປກະໄປບໍ່ວ່າສິໄກປານໃດນໍ່
ຂ້ອຍເຫັນ ຄົນທີ່ຍູ່ອາໃສຕາມເກາະນີ້
ສຸກໃຈ ບໍ່ໄດ້ມີບັນຫາເດ
ເຫັນວ່າມີແຕ່ແນວດີດີ
ໃຜກະມີຫນ້າທີ່ວຽກຕ້ອງເຮັດທີ່ເກາະນີ້
ຊ່ວຍກັນບໍ່ຫັນເຫ
ແລະເຮົາກະຕ້ອງເຮັດວຽກທີ່ມີ
ເຮົາສິເປັນຄົນນໍາ ຊ່ວຍໃຫ້ເຂັ້ມແຂງກ່ອນ
ເຮັດວຽກໄປຕາມຄໍາ ຄືທີ່ພໍ່ເຂົາສອນ
ແຕ່ວ່າໃຈເຮົາຈຳ ແຕ່ນ້ໍາບໍ່ຢຸດຢ່ອນ
ເຮົາເປັນຫຍັງບັດນີ້
ແນມເບິ່ງແສງທີ່ມັນແຢງຕາເຮົາແຫມ ເລື່ອມແທ້ວ່າ
ສິເລິກບໍ່ນໍ່ ມີຄົນຮູ້ບໍ່
ປານວ່າມັນຮ້ອງຊື່ເຮົາເອີ້ນໃຫ້ໄປຫາ ຊັ່ນກະຟ້າວມາ
ໃຫ້ເບິ່ງແນ່ຖໍ່
ຄັ່ນໄດ້ຄິດສິຂ້າມ ສິເປັນຫຍັງກໍ່ຕາມ
ເສັ້ນທີ່ຕິດນ້ໍານັ້ນບໍ່ເອີ້ນຊື່ເຮົາ?
ຂ້ອຍວ່າແມ່ນ
ໄກຊ່ຳໃດນໍ່ ສິຮູ້ຈັກບໍ່
ຄັ່ນວ່າລົມດັນໃບເຮືອຂ້າງທະເລຮັ່ນໃຫ້ມັນແລ່ນ
ກະຢ່າສົນຖໍ່
ໄກປານໃດນໍ່